ຢາ Boosterປີ 2023: ຢາວັກຊີນ ແລະການປິ່ນປົວ ໃນປະຈຸບັນມີປະສິດທິພາບພຽງໃດ?

ຜູ້ໃຫຍ່ຊາວອອສເຕຣເລັຍ ທີ່ຍັງບໍ່ເຄີຍຕິດເຊື້ອ COVID-19 ຫຼືໄດ້ຮັບວັກຊີນ ໃນຫົກເດືອນທີ່ຜ່ານມາ ສາມາດໄດ້ຮັບຢາ booster ປີ 2023 ຕັ້ງແຕ່ວັນທີ 20 ກຸມພາ.

A female nurse is vaccinating a young asian woman

Source: Moment RF / Wang Yukun/Getty Images

ຈຸດສຳຄັນ
  • ຢາວັກຊີນໃນປະຈຸບັນທັງຫມົດ ມີປະສິດທິພາບ: Dr Norelle Sherry
  • ນັກຄົ້ນຄວ້າອອສເຕຣເລັຍແລະຄົນອື່ນໆ ກໍາລັງທໍາງານ ກ່ຽວກັບຢາວັກຊີນ ທີ່ມີການປ້ອງກັນ ໂຕປ່ຽນສາຍພັນ.
  • ອອສເຕຣເລັຍ ມີອັດຕາການຕາຍຍ້ອນ COVID-19 ສະສົມສູງ ຕໍ່ລ້ານຄົນ
ເປັນເວລາເກືອບສອງປີແລ້ວ ນັບແຕ່ການສັກຢາປ້ອງກັນ COVID ຂອງອອສເຕຣເລັຍ ໄດ້ເລີ່ມຕົ້ນ ໃນວັນທີ 22 ກຸມພາ 2021.

ຣັຖບານກາງ ໄດ້ສເນີ booster ຄັ້ງທໍາອິດ ໃນວັນທີ 8 ພະຈິກ 2021 ແລະໄດ້ຕິດຕາມດ້ວຍ ເຂັມຕໍ່ໄປ ອີກບໍ່ເທົ່າໃດເດືອນຕໍ່ມາ.

ແຕ່ຂໍ້ມູນຈາກຜແນກ ສາທາຣະນະສຸກ ໄດ້ສະແດງໃຫ້ເຫັນວ່າ ຄວາມຕ້ອງການ ໃນການໃຊ້ຢາ booster ຍັງຢູ່ໃນລະດັບຕ່ຳ ໃນບັນດາຊາວອອສເຕຣເລັຍ ທີ່ມີສິດ ໄດ້ຮັບການສັກຢາວັກຊີນສອງເຂັມ ຂອງເຂົາເຈົ້າ.

ປະມານ 56.6 ເປີເຊັນ ຂອງປະຊາຊົນທີ່ມີສິດໄດ້ຮັບ (18 ປີ+) ໄດ້ໃຊ້ຢາເຂັມທີສາມ ແລະ 35.2 ສ່ວນຮ້ອຍ (30 ປີ+) ໄດ້ໃຊ້ຢາເຂັມທີສີ່ ເມື່ອວັນທີ 10 ກຸມພາ 2023.

ຕອນນີ້, ຣັຖບານກາງໄດ້ປະກາດ ການສັກຢາວັກຊີນ COVID booster ເພີ່ມເຕີມ ສໍາລັບຜູ້ໃຫຍ່ ທີ່ຍັງບໍ່ທັນມີການຕິດເຊື້ອ COVID ຫຼືຢາວັກຊີນ ໃນໄລຍະຫົກເດືອນ ທີ່ຜ່ານມາ.
ແຕ່ຢາວັກຊີນຕ້ານໄວຣັສ ທີ່ກາຍພັນ ມີປະສິດທິພາບພຽງໃດ?

ເຊື້ອໄວຣັສ COVID ໄດ້ກາຍພັນ ນັບຕັ້ງແຕ່ຖືກກວດພົບຄັ້ງທໍາອິດ ໃນ Wuhan ໃນເດືອນທັນວາ 2019.

ມີສາຍພັນ Alpha, Beta, Gamma ແລະ Delta ແຕ່ເຊື່ອກັນວ່າ Omicron ແລະສາຍພັນຍ່ອຍ (subvariants) ຂອງມັນ ໄດ້ເຮັດໃຫ້ມີຜູ້ເສັຍຊີວິດຫຼາຍຂຶ້ນ ໃນອອສເຕຣເລັຍ.

ຂໍ້ມູນ ສະແດງໃຫ້ເຫັນວ່າ ອັດຕາການຕາຍສະສົມ ຍ້ອນ COVID-19 ຂອງອອສເຕຣເລັຍ ຕໍ່ປະຊາກອນນຶ່ງລ້ານຄົນ ໃນໄລຍະ 12 ເດືອນທີ່ຜ່ານມາ ແມ່ນ 557 ຊຶ່ງຕ່ຳກວ່າ ສະຫະຣັດໜ້ອຍນຶ່ງ (585).

ແຕ່ມັນສູງກວ່າ ສິງກະໂປ (149), ການາດາ (407), ຍີ່ປຸ່ນ (408) ແລະອັງກິດ (448).
Norelle Sherry_Doherty Institute.JPG
Clinical Microbiologist & Infectious Diseases Physician Dr Norelle Sherry. Credit: Doherty Institute
Dr Norelle Sherry ຂອງສະຖາບັນ Doherty Institute ກ່າວວ່າ ປະສິດທິພາບ ຂອງຢາວັກຊີນ ຈະຫຼຸດລົງລະດັບຫນຶ່ງ ໃນຂນະທີ່ໄວຣັສ ວິວັດທະນາການ.

Dr Sherry ໄດ້ບອກກັບ SBS ວ່າ "ແຕ່ຢາວັກຊີນໃດໆກໍ ດີກວ່າບໍ່ມີຢາວັກຊີນ”.

"ຢາວັກຊີນ ບໍ່ເຄີຍຖືກອອກແບບມາ ເພື່ອຫຼີກລ້ຽງການຕິດເຊື້ອ COVID ຢ່າງຄົບຖ້ວນ. ແຕ່ແນ່ນອນວ່າວັ ກຊີນເຫຼົ່ານັ້ນ ປ້ອງກັນໂຣກຮ້າຍແຮງທີ່ເຮັດໃຫ້ ຕ້ອງເຂົ້າໂຮງຫມໍ.

Dr Sherry ກ່າວວ່າ "booster ສຳລັບ Omicron ມີທ່າອ່ຽງ ທີ່ຈະໃຫ້ພູມປ້ອງກັນຫຼາຍກວ່າ ວັກຊີນດັ້ງເດີມ.

ອອສເຕຣເລັຍ ແນະນໍາໃຫ້ປະຊາຊົນ ເລືອກຢາວັກຊີນ mRNA ທີ່ຖືກອັບເດດແທນທີ່ຈະເປັນ ຢາວັກຊີນດັ້ງເດີມ ຫຼືໂປຣຕີນ.
ຜູ້ໃຫຍ່ສາມາດເລືອກໃຊ້ວັກຊີນ bivalent ສອງຊະນິດຂອງ Pfizer ທີ່ແນໃສ່ VARIANTS BA.4/5 ແລະvariant ດັ້ງເດີມ/BA.1.

ພວກເຂົາ ຍັງສາມາດເລືອກເອົາວັກຊີນ bivalent ຂອງ Moderna ເປັນ boosters ທີ່ແນໃສ່ BA.1 ດັ້ງເດີມ.

“ຜູ້ໃຫຍ່ອາຍຸຕໍ່າກວ່າ 55 ປີ ທີ່ໄດ້ຮັບຢາວັກຊີນ Pfizer bivalent BA.4/5 ໄດ້ພັດທະນາໂຕຕໍ່ຕ້ານອະນຸມູນນິທິສູງ ຕໍ່ BA.4/5 Omicron subvariant ກວ່າຜູ້ທີ່ໄດ້ຮັບຢາວັກຊີນດັ້ງເດີມຂອງPfizer" ກຸ່ມທີ່ປຶກສາດ້ານເຕັກນິກຂອງອອສເຕຣເລັຍກ່ຽວກັບພູມຕ້ານທານ (ATAGI) ກ່າວໃນ

"ການເຮັດໃຫ້ໝົດສະພາບຂອງ BQ.1.1 ແລະ XBB.1 subvariants ແມ່ນສູງກວ່າ ການສັກຢາວັກຊີນ ດັ້ງເດີມເຊັ່ນກັນ”

ຕອນນີ້, ໜ່ວຍຄວບຄຸມຢາຂອງອອສເຕຣເລັຍ, ອົງການຄວບຄຸມສິນຄ້າການປິ່ນປົວ (Therapeutic Goods Administration), ກໍາລັງປະເມີນ booster BA.4/5 ຂອງ Moderna.
ເມື່ອບໍ່ດົນມານີ້ ທ່ານ Paul Kelly ຫົວຫນ້າການແພດ ຂອງອອສເຕຣເລັຍກ່າວວ່າ ຈຸດປະສົງຫຼັກຂອງນະໂຍບາຍ ໃນປະຈຸບັນ ແມ່ນເພື່ອປົກປ້ອງ ຜູ້ທີ່ມີຄວາມອ່ອນແອທີ່ສຸດ ແລະການສັກຢາວັກຊີນຍັ ງເປັນແຜນທີ່ມີຄວາມສໍາຄັນ.

"ຕົວຢ່າງເຊັ່ນ, ໂຕແບບຂອງ UK ສະແດງໃຫ້ເຫັນວ່າ ຜູ້ທີ່ມີອາຍຸຫຼາຍກວ່າ 70ປີ, ທ່ານຈໍາເປັນ ຕ້ອງສັກຢາວັກຊີນ 800 ຄົນ ເພື່ອຢຸດເຊົາການເຂົ້າໂຮງຫມໍຫນຶ່ງຄັ້ງ. ເມື່ອສົມທຽບກັນແລ້ວ, ຕັ້ງແຕ່ອາຍຸ 40 ຫາ 49 ປີ, ທ່ານຈໍາເປັນຕ້ອງສັກຢາວັກຊີນ 92,000ຄົນ." Professor Kelly ກ່າວ.

"ແລະຖ້າມາເບິ່ງຄົນທີ່ອາຍຸນ້ອຍກວ່າ, ແລະທຸກໆປີຫນຸ່ມກວ່ານັ້ນ, ທ່ານຕ້ອງສັກຢາວັກຊີນຫຼາຍຂຶ້ນ ເພື່ອໃຫ້ໄດ້ຮັບຜົນນັ້ນ."

ເຮົາຕ້ອງການ boosters ເປັນປະຈໍາບໍ່?

ໃນອະດີດ, ATAGI ໄດ້ກ່າວວ່າ ການສັກຢາປ້ອງກັນໄຂ້ຫວັດ ຫຼືໄຂ້ຫວັດໃຫຍ່ ແມ່ນ "ອາດເປັນໄປໄດ້" (ທີ່ຈະມີ boosters ເປັນປະຈໍາ) ໂດຍສະເພາະ ສໍາລັບ ຜູ້ທີ່ມີຄວາມສ່ຽງສູງທີ່ສຸດ ຂອງໂຣກຮຸນແຮງ.

ສາດສະດາຈານ Chris Goodnow ຂອງສະຖາບັນຄົ້ນຄວ້າການແພດ Garvan ກ່າວວ່າ ມີ "ຄວາມຈໍາເປັນຢ່າງຮີບດ່ວນ ສໍາລັບການສັກຢາວັກຊີນ COVID-19 ທີ່ປ້ອງກັນ ການແຍກສາຍພັນ"

Garvan ໄດ້ຮ່ວມມືກັບສະຖາບັນ UNSW RNA ແລະສະຖາບັນ Kirby ເພື່ອພັດທະນາວັກຊີນ mRNA COVID-19, ເຊິ່ງອາດຈະຍຸດຕິຄວາມຈໍາເປັນ ໃນການປັບປຸງ booster ທຸກຄັ້ງທີ່ variant ໃຫມ່ເກີດຂຶ້ນ.
ແລ້ວຢາຕ້ານໄວຣັສ ເດ?

ການປິ່ນປົວທາງປາກ ໄດ້ຖືກກ່າວເຖິງວ່າເປັນ "ໂຕປ່ຽນເກມ (game changer)".

ແຕ່ເຖິງວ່າ ຈະມີການນໍາໃຊ້ໃນປີກາຍນີ້, ແຕ່ຊາວອອສເຕຣເລັຍຫຼາຍກວ່າ 2,600 ຄົນ, ລວມທັງຜູ້ອາສັຍຢູ່ໃນການດູແລຜູ້ສູງອາຍຸ 800 ຄົນ, ໄດ້ເສັຍຊີວິດ.

ຢ່າງໃດກໍຕາມ Dr Sherry ຍັງເອີ້ນການປິ່ນປົວທາງປາກ ວ່າ "ໂຕປ່ຽນເກມ."

ລາວເວົ້າວ່າ ບັນຫານີ້ ແມ່ນກ່ຽວກັບຄົນທີ່ຕ້ອງການ ການເຂົ້າເຖິງ ຫຼືການເຂົ້າເຖິງແຕ່ຫົວທີ, ຊຶ່ງເປັນການທົດລອງໄວຣັສຫຼາຍກວ່າ.
ຄົນເຮົາຕື່ນຕົວໜ້ອຍລົງ ໃນການສແວງຫາ ການວິນິດສັຍ ແລະປິ່ນປົວ COVID.
ຢາຕ້ານເຊື້ອໄວຣັສ ຕ້ອງກິນໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ຕັ້ງແຕ່ເລີ່ມມີອາການ.

Dr Sherry ກ່າວວ່າ ມັນເປັນສິ່ງສໍາຄັນ ທີ່ຜູ້ທີ່ຢູ່ໃນກຸ່ມທີ່ມີຄວາມສ່ຽງ ທີ່ຈະມີຄວາມຕື່ນໂຕ ກ່ຽວກັບການກວດເຊື້ອ COVID ແລະປຶກສາກັບທ່ານຫມໍຂອງເຂົາເຈົ້າ ກ່ຽວກັບຢາຕ້ານໄວຣັສ (antivirals).

ຢາຕ້ານໄວຣັສ (antivirals) ລຸ້ນທີສອງ

ບັນດານັກວິທະຍາສາດ ແລະບັນດາບໍຣິສັດຢາທົ່ວໂລກ ພວມເຮັດວຽກກ່ຽວກັບ ຢາຕ້ານໄວຣັສລຸ້ນທີສອງ ເພື່ອຕໍ່ສູ້ກັບຂໍ້ບົກພ່ອງ ຂອງການປິ່ນປົວທາງປາກ ໃນປະຈຸບັນ.

Pfizer ກຳລັງມີຢາຕ້ານໄວຣັສ (antiviral) ລຸ້ນທີສອງ, ໃນຂນະທີ່ບໍຣິສັດຈີນ ກໍາລັງເຮັດວຽກ ກ່ຽວກັບການປິ່ນປົວ antiviral ທາງປາກ, VV116, ດ້ວຍການສຶກສາຕອນຕົ້ນ ມີແນວໂນ້ມວ່າ ຈະມີປະສິດທິພາບ.

ນັກວິທະຍາສາດອອສເຕຣເລັຍ ກໍາລັງເຮັດວຽກ ກ່ຽວກັບຢາ synthetic antibodies ເພື່ອເປັນຢາຕ້ານເຊື້ອໄວຣັສ. ເຂົາເຈົ້າມີຈຸດມາຍທີ່ຈະເລີ່ມຕົ້ນການທົດລອງ ທາງຄລີນິກໃນປີນີ້.

SBS ມີຄວາມມຸ່ງຫມັ້ນທີ່ຈະສນອງການປັບປຸງ COVID-19 ທັງຫມົດໃຫ້ແກ່ຊຸມຊົນທີ່ມີຫຼາຍວັທະນະທັມແລະ ຫຼາຍພາສາຂອງອອສເຕຣເລັຍ. ຢູ່ຢ່າງປອດພັຍ ແລະ ຢູ່ໃນການຮັບຮູ້ ໂດຍການໄປຢ້ຽມຢາມເປັນປະຈໍາ 


Share
Published 28 February 2023 12:12pm
By Yumi Oba
Presented by Sak Phoumirath
Source: SBS


Share this with family and friends