ການຮ່ວມມືກັບຍີ່ປຸ່ນ ຂອງ AUKUS.

News

ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ມີເຫດຜົນຫລາຍຢ່າງ ທີ່ວ່າເປັນຫຍັງ ການຮ່ວມມື ກັບຍີ່ປຸ່ນ ຈຶ່ງມີເຫດຜົນ. Source: Getty

ການຮ່ວມມື ດ້ານຄວາມໝັ້ນຄົງສາມຝ່າຍຊຶ່ງເອີ້ນວ່າ AUKUS. ລະຫວ່າງອອສເຕຣເລັຍ, ອັງກິດ ແລະສະຫະຣັດ ກຳລັງພິຈາຣະນາກ່ຽວກັບການຮ່ວມມືກັບຍີ່ປຸ່ນ ໃນໂຄງການເຕັກໂນໂລຈີປ້ອງກັນປະເທດ. ແຕ່ໂຄສົກ ກະຊວງການຕ່າງປະເທດຈີນກ່າວວ່າ ການມີສ່ວນຮ່ວມໃດໆ ຂອງຍີ່ປຸ່ນກັບ AUKUS ແມ່ນຖືກຄັດຄ້ານ ຢ່າງຮຸນແຮງຈາກຈີນ.


ການຮ່ວມມືກັບຍີ່ປຸ່ນ ຂອງ AUKUS.

ສັນຍາຄວາມໝັ້ນຄົງຂອງ AUKUS ສາມາດຂຍາຍການຮ່ວມມື ກັບປະເທດອື່ນໆ ທີ່ມີຄວາມຄິດຄ້າຍຄືກັນ.

ຄູ່ຮ່ວມກໍ່ຕັ້ງສາມຝ່າຍຂອງສັນຍານີ້ -
, ອັງກິດ ແລະສະຫະຣັດ-ກ່າວວ່າ ພວກເຂົາເຈົ້າ ກໍາລັງພິຈາຣະນາ ທີ່ຮ່ວມມືກັບຍີ່ປຸ່ນໃນໂຄງການເຕັກໂນໂລຈີປ້ອງກັນປະເທດ.

ບັນດານັກວິເຄາະກ່າວວ່າ ມີທັງຂໍ້ໄດ້ ແລະຂໍ້ເສັຍໃນການຂຍາຍຂໍ້ສັນຍານັ້ນ.

Biwa Kwan ແລະ Hannah Kwon ລາຍງານ.

AUKUS ສາມາດກາຍເປັນ JAUKUS ໄດ້ບໍ?

ການຮ່ວມມື ດ້ານຄວາມໝັ້ນຄົງສາມຝ່າຍ-ຊຶ່ງປະກາດ ໃນເດືອນກັນຍາ ປີ 2021-ແມ່ນຂໍ້ຕົກລົງ ລະຫວ່າງອອສເຕຣເລັຍ, ອັງກິດ ແລະສະຫະຣັດ ເພື່ອພັດທະນາກຳລັງເຮືອມຸດນ້ຳນິວເຄລັຍ ຂອງອອສເຕຣເລັຍ ໂດຍມີເປົ້າຫມາຍ ທີ່ຈະປັບປຸງຄວາມຫມັ້ນຄົງ ແລະຄວາມປອດພັຍໃນອິນໂດ-ປາຊີຟິກ.

ບັດນີ້ ພວກສະມາຊິກຜູ້ກໍ່ຕັ້ງກ່າວວ່າ ພວກເຂົາເຈົ້າ ກໍາລັງພິຈາຣະນາ ທີ່ຈະທຳງານຮ່ວມກັບຍີ່ປຸ່ນ ໃນຖານະພັນທະມິດ ດ້ານເທັກໂນໂລຈີ.

ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ມີເຫດຜົນຫລາຍຢ່າງ ທີ່ວ່າເປັນຫຍັງ ການຮ່ວມມືດັ່ງກ່າວ ຈຶ່ງມີເຫດຜົນ.

"ພວກເຮົາ ກຳລັງມີສ່ວນຮ່ວມ ໃນຄວາມສໍາພັນ ດ້ານການປ້ອງກັນປະເທດ ກັບຍີ່ປຸ່ນຢ່າງກວ້າງຂວາງ. ພວກເຮົາ ໄດ້ຍົກລະດັບ ຄວາມສໍາພັນດ້ານ ການປ້ອງກັນນັ້ນ. ແລະມັນເປັນເລື່ອງທັມມະດາ ສໍາລັບພວກເຮົາ ທີ່ຈະເບິ່ງໄປທີ່ເສົາຫຼັກທີສອງ ເພື່ອຈະຮ່ວມມືກັນ. ຍີ່ປຸ່ນແນ່ນອນເປັນພັນທະມິດທີສີ່ ,ຮ່ວມກັບອາເມຣິກາ ແລະອິນເດັຍ. ແລະເຮົາເຫັນວ່າ ນີ້ເປັນວິວັດທະນາການ ທັມມະຊາດ ທີ່ກໍາລັງເກີດຂຶ້ນ."

ແຜນການ ທີ່ຈະທົດແທນເຮືອມຸດນ້ຳໄຟຟ້າ ໃນປະຈຸບັນຂອງອອສເຕຣເລັຍ ໃນປີ 2030 (ດ້ວຍກໍາປັ່ນລົບທີ່ມີພະລັງນິວເຄລັຍ)ແມ່ນສິ່ງທີ່ເອີ້ນວ່າ Pillar One of AUKUS.

ເສົາທີສອງ (Pillar Two) ສລຸບແຜນການ ທີ່ຈະແບ່ງປັນເຕັກໂນໂລຈີ ຂັ້ນສູງ ເຊັ່ນ: ຂີປະນາວຸດ Hypersonic, Drones ໃຕ້ທະເລ ແລະອາວຸດສົງຄາມ ເອເລັກໂຕຣນິກ.

ນີ້ແມ່ນເສົາສອງ (Pillar Two) ທີ່ທ່ານ Albanese ກ່າວວ່າ ສະມາຊິກ AUKUS ແມ່ນເປີດກວ່າງ ທີ່ຈະເຫັນປະເທດ ທີ່ມີຄວາມຄິດແບບດຽວກັນ ມີສ່ວນຮ່ວມຫລາຍຂຶ້ນ.

"ຈະເວົ້າແບບຊັດເຈນ, ບໍ່ມີໂຄງການ ທີ່ຈະຂຍາຍ AUKUS ເກີນກວ່າສາມປະເທດ. ເມື່ອເວົ້າເຖິງເສົາທີສອງ (Pillar Two), ຍີ່ປຸ່ນມີຄວາມກ້າວໜ້າຫຼາຍ-ບໍ່ພຽງແຕ່ກໍາລັງປ້ອງກັນເທົ່ານັ້ນ ແຕ່ເປັນທີ່ຮູ້ຈັກ ໃນດ້ານຄວາມກ້າວຫນ້າ ທາງດ້ານເຕັກໂນໂລຊີນຳອີກ. ຖ້າຫາກວ່າ ມີຜົນປໂຍດ ໃນຄວາມສົນໃຈຂອງພັນທະມິດ AUKUS ທັງສາມ, ແຕ່ນອກເໜືອຈາກພັນທະມິດອື່ນໆ ນອກຄວາມສຳພັນໂດຍກົງ ຂອງAUKUS ກໍຈະໄດ້ຮັບການພິຈາຣະນາ."

ຍັງບໍ່ມີການຕອບຮັບການເຊື້ອເຊີນ ແລະປະກາດຢ່າງເປັນທາງການ, ແຕ່ເຈົ້າຫນ້າທີ່ສະຫະຣັດ ໄດ້ລະບຸໃນຄໍາກ່າວສາທາຣະນະວ່າ ຂໍ້ຕົກລົງໃກ້ຈະເສັດສິ້ນແລ້ວ.

ການປະກາດຢ່າງເປັນທາງການ ອາດຈະມີຂຶ້ນ ໃນລະຫວ່າງການຢ້ຽມຢາມ ສະຫະຣັດຢ່າງເປັນທາງການເປັນເວລານຶ່ງອາທິດ ຂອງນາຍົກຣັຖມົນຕີຍີ່ປຸ່ນ (ແຕ່ວັນທີ 10 ເມສາ), ຮວມທັງ ກອງປະຊຸມສຸດຍອດ ກັບປະທານາທິບໍດີ Joe Biden-ແລະຫຼັງຈາກນັ້ນ, ກອງປະຊຸມສຸດຍອດຄັ້ງທໍາອິດ ຂອງບັນດາຜູ້ນໍາສະຫະຣັດ, ຍີ່ປຸ່ນ ແລະຟີລິບປິນ.

ອິດທິພົນຂອງຈີນໃນອິນໂດ-ປາຊິຟິກ ຮວມທັງການກະທໍາຕ່າງໆ ໃນທະເລຈີນໃຕ້ນັ້ນ ແມ່ນເປັນສ່ວນນຶ່ງ ຂອງການສົນທະນາ ກ່ຽວກັບຄວາມປອດພັຍ ໃນພູມີພາກ.

Mao Ning ໂຄສົກ ກະຊວງການຕ່າງປະເທດຈີນກ່າວວ່າ ການມີສ່ວນຮ່ວມໃດໆ ຂອງຍີ່ປຸ່ນກັບ AUKUS ແມ່ນຖືກຄັດຄ້ານ ຢ່າງຮຸນແຮງຈາກຈີນ.

"ບັນດາປະເທດທີ່ກ່ຽວຂ້ອງ ຄວນປະຕິບັດ ຕາມພັນທະສາກົນ ຂອງຕົນຢ່າງມີປະສິດທິຜົນ ແລະຫລີກເວັ້ນ ຈາກການກະທໍາໃດໆ ທີ່ສ້າງຄວາມສັ່ນຄອນ ຕໍ່ສັນຕິພາບ ແລະຄວາມຫມັ້ນຄົງ ໃນພູມີພາກ ແລະໂລກ. ເນື່ອງຈາກປວັດສາດໃນມໍ່ໆມານີ້ ຂອງການລຸກລານ ທາງທະຫານ, ແນວໂນ້ມດ້ານຄວາມໝັ້ນຄົງ ທາງທະຫານ ຂອງຍີ່ປຸ່ນກໍ່ໃຫ້ເກີດ ຄວາມເປັນຫ່ວງຢ່າງຍິ່ງ ຕໍ່ບັນດາປະເທດເພື່ອນບ້ານ ໃນອາຊີ ແລະປະຊາຄົມສາກົນ. ຝ່າຍຍີ່ປຸ່ນ ຄວນຄຶດຢ້ອນເຖິງ ປວັດການຮຸກຮານຂອງຕົນ, ແລະປະຖິ້ມການປະຕິບັດ ໃນການຮ່ວມມື ດ້ານຄວາມໝັ້ນຄົງທາງທະຫານ ແລະປະຕິບັດຕາມແນວທາງ ຂອງການພັດທະນາ ຢ່າງສັນຕິຢ່າງແທ້ຈິງ."

ສາດສະດາຈານ Derek McDougall ນັກວິຊາການ ອາຊີຕາເວັນອອກ (East Asia) ທີ່ມະຫາວິທະຍາໄລ Melbourne ກ່າວວ່າ ນະໂຍບາຍຂອງຍີ່ປຸ່ນ ກ່ຽວກັບຄວາມສງົບ ທີ່ໄດ້ກໍານົດໄວ້ ໃນຣັຖທັມມະນູນ ຂອງປະເທດ ຈະບໍ່ເປັນອຸບປະສັກສຳລັບຍີ່ປຸ່ນ ທີ່ຈະອຳນວຍໃຫ້ແກ່ AUKUS.

"ກໍາລັງປ້ອງກັນປະເທດ ໃນຍີ່ປຸ່ນເອີ້ນວ່າ ກໍາລັງປ້ອງກັນຕົນເອງ ແຕ່ມີຂໍ້ຈໍາກັດ ໃນການໃຊ້ກໍາລັງເຫຼົ່ານັ້ນ. ດັ່ງນັ້ນ, ທ່ານຈຶ່ງສາມາດມີການຮ່ວມມື ດ້ານເທັກໂນໂລຈີໄດ້ ໂດຍຍີ່ປຸ່ນ ຈໍາເປັນຕ້ອງຂຍາຍບົດບາດ ການປ້ອງກັນປະເທດ. ໃນດ້ານຂໍ້ຕົກລົງນັ້ນ ເປັນສິ່ງທີ່ສ້າງຄວາມດຸນດ່ຽງ ແບບອ່ອນໆກັບຈີນ."

ຍີ່ປຸ່ນ ບໍ່ແມ່ນສ່ວນຫນຶ່ງ ຂອງພັນທະມິດດ້ານຂ່າວ Five Eyes ເຊິ່ງລວມມີ ອອສເຕຣເລັຍ, ການາດາ, ນິວຊີແລນ, ສະຫະຣາຊະອານາຈັກ ແລະສະຫະຣັດອາເມຣິກາ.

ທ່ານ John Blaxland ສາດສະດາຈານດ້ານຄວາມຫມັ້ນຄົງ ແລະການສຶກສາຂ່າວຕອງ ລະຫວ່າງປະເທດທີ່ Australian National University ກ່າວວ່າ ມີອຸບປະສັກ ທີ່ຈະຕ້ອງເອົາຊະນະ ຖ້າຫາກວ່າຍີ່ປຸ່ນ ຈະເຂົ້າໄປຮ່ວມກັບເສົາສອງ (Pillar Two) ຂອງ AUKUS.

"ແລະມັນມີບາງບັນຫາບາງຢ່າງ ໃນດ້ານການປ້ອງກັນຄວາມປອດພັຍ ຂອງຕົນເອງ ທີ່ຢ່ອນຍານຫນ້ອຍຫນຶ່ງ ໃນໄລຍະຊາວສາມສິບປີທີ່ຜ່ານມາ. ບັດນີ້, ພວກເຂົາເຈົ້າໄດ້ວາງກົດຫມາຍໃຫມ່ ພຽງແຕ່ເມື່ອບໍ່ດົນມານີ້ ເພື່ອເຮັດໃຫ້ຂັ້ນຕອນເຫລົ່ານັ້ນ ເຂັ້ມແຂງຂຶ້ນ. ແຕ່ພວກເຮົາ ຍັງບໍ່ທັນເຫັນວ່າ ໄດ້ນໍາໃຊ້ແລ້ວ ແລະພວກເຮົາ ຍັງບໍ່ທັນເຫັນວ່າ ມີຜົນກະທົບ ໃນດ້ານຄວາມປອດພັຍ ຂອງຍີ່ປຸ່ນທີ່ແຂງແກ່ນພຽງໃດ. ໃນອອສເຕຣເລັຍ, ຂ້າພະເຈົ້າກໍໄດ້ຂຽນກ່ຽວກັບເລື່ອງນີ້. ພວກເຮົາ ກໍຖືກຮົ່ວໃຫຼເຊັ່ນກັນ-ຈາກການຈາຣະກັມ (Espionage), ມີການຂາຍແລະການເອົາຂໍ້ມູນ ໃຫ້ຜູ້ທີ່ບໍ່ມີສິດທີ່ຈະໄດ້ຮັບ. ພວກເຮົາ ໄດ້ເຮັດການດັດແປງ ແລະການປັບປຸງທີ່ສໍາຄັນບາງຢ່າງ ຕໍ່ຂັ້ນຕອນຂອງພວກເຮົາ ໄປພ້ອມກັນ. ແລະຂ້າພະເຈົ້າຄິດວ່າ ມີຄວາມຮູ້ສຶກວ່າ ຍີ່ປຸ່ນອາດຈະຕ້ອງ ນຳໃຫ້ທັນຫນ້ອຍຫນຶ່ງ ໃນເລື້ອງນັ້ນ."

ນິວຊີແລນ, ການາດາ, ເກົາຫຼີໃຕ້ ຍັງໄດ້ຖືກສເນີຊື່ ໃຫ້ເປັນພັນທະມິດ ໃນຖານະ ຜູ້ທີ່ອາດເປັນໄປໄດ້ ທີ່ຈະເປັນຜູ້ຮ່ວມງານກັບ AUKUS.

Dr Reuben Steff ນັກວິຊາການດ້ານຄວາມສໍາພັນລະຫວ່າງປະເທດ ແລະການສຶກສາ ດ້ານຄວາມໝັ້ນຄົງໂລກ ທີ່ມະຫາວິທະຍາໄລ Waikato ຂອງນິວຊີແລນ.

ທ່ານກ່າວວ່າ ມີຄວາມສົນໃຈເພີ່ມຂຶ້ນ ໃນບັນດາເຈົ້າຫນ້າທີ່
ຂອງນິວຊີແລນ ໃນການມີສ່ວນຮ່ວມກັບ AUKUS Pillar Two.

ການຫ້າມອາວຸດນິວເຄລັຍ ປີ 1987 ຂອງປະເທດ ແລະການຍຸຕິການພິຈາຣະນາ Pillar One.

"ພວກເຂົາ ມີຄວາມສົນໃຈໃນຕອນນີ້ ຫຼາຍກວ່າທີ່ເຄີຍເປັນມາ. ມັນໄດ້ເຮັດໃຫ້ພວກເຮົາແປກໃຈຫລາຍ (ນັກວິໄຈດ້ານຄວາມໝັ້ນຄົງ ແລະຄວາມປອດພັຍ). ປີກາຍນີ້ ເມື່ອຣັຖບານ Chris Hipkins ໄດ້ສະແດງຄວາມສົນໃຈ-ເພາະວ່າໃນປວັດສາດ ພັກແຮງງານໄດ້ລັງເລໃຈຫນ້ອຍຫນຶ່ງ ກ່ຽວກັບການເຂົ້າໃກ້ຊິດ ກັບພັນທະມິດດັ້ງເດີມຂອງພວກເຮົາ-ເຊັ່ນອອສເຕຣເລັຍ ແລະສະຫະຣັດ. ເຖິງຢ່າງໃດກໍຕາມ, ຣັຖບານນີ້ ໄດ້ສືບຕໍ່ແນວໂນ້ມທີ່ Chris Hipkins ໄດ້ເຮັດໄວ້ ຊຶ່ງໃນປີກາຍນີ້ ນິວຊີແລນ ໄດ້ກ່າວວ່າຕົນໄດ້ເບິ່ງຫາໂອກາດ ກ່ຽວກັບ AUKUS. ຣັຖບານນີ້ ໄດ້ເຮັດຫຼາຍກວ່ານັ້ນອີກ. ຖ້າທ່ານເບິ່ງຄໍາຖແລງການກ່ຽວກັບກິດຈະກັມ ຂອງຣັຖມົນຕີປ້ອງກັນປະເທດຄົນໃຫມ່ຂອງພວກເຮົາ, ທ່ານ Judith Collins. ແລະຖ້າທ່ານ ເບິ່ງສິ່ງທີ່ທ່ານ Winston Peters, ຣັຖມົນຕີ ກະຊວງການຕ່າງປະເທດຂອງພວກເຮົາເວົ້າ. ພວກເຂົາເບິ່ງຄືວ່າ ຈະສະແດງຄວາມເປີດກວ້າງຫຼາຍ ຕໍ່ AUKUS Pillar Two...ການຂຍາຍ ອໍານາດທາງທະຫານຂອງຈີນ ໃນພູມີພາກ-ແລະຄວາມສົນໃຈທີ່ ຈະມີບ່ອນຢັ່ງຕີນທິ່ໝັ້ນຄົງ ຢູ່ໃນເຂດປາຊີຟິກໃຕ້. ມັນຍັງເປັນພຽງແຕ່ເທັກໂນໂລຈີເອງ. ພວກເຮົາ ມີເສດຖະກິດຂນາດນ້ອຍ. ພວກເຮົາຕ້ອງໃຫ້ມີເຕັກໂນໂລຈີຕ່າງປະເທດ ເພື່ອເຮັດໃຫ້ແນ່ໃຈວ່າ ສິ່ງຕ່າງໆດຳເນີນໄປດ້ວຍດີ. ນອກຈາກນັ້ນ ແມ່ນເລື້ອງການເງິນ-ມັນແມ່ນການລົງທຶນ."

Dr Euan Graham ເປັນນັກວິເຄາະອາວຸໂສ ຂອງ the Australian Strategic Policy Institute ເວົ້າວ່າ ອາດຈະມີຂໍ້ເສັຍ ໃນການມີປະເທດຫຼາຍໂພດ ໃນ AUKUS.

"ຂ້າພະເຈົ້າຄິດວ່າ ຫາກໃຊ້ການຄິດເລກແບບພື້ນຖານ ຖ້າຫາກວ່າ ທ່ານໄດ້ເປີດພັນທະມິດຂນາດນ້ອຍ ເພື່ອການມີສ່ວນຮ່ວມໃນວົງກວ້າງ. ມັນຈະຕ້ອງມີການທົດແທນ ທີ່ທ່ານຈ່າຍ ໃນດ້ານຂະບວນການ. ແລະພຽງແຕ່ຄວາມບໍ່ສະດວກທົ່ວໄປ ທີ່ຕ້ອງຮັບມືກັບຫລາຍກວ່າສາມຝ່າຍ ຊຶ່ງຈະເຮັດໃຫ້ມັນຊ້າລົງ ຢ່າງຫລີກລ້ຽງບໍ່ໄດ້. ຂ້າພະເຈົ້າ ຄິດວ່າ ຈະຕ້ອງຖາມຄືນວ່າ: ນິວຊີແລນ ແລະການາດາ ມີຫຍັງແດ່ ທີ່ຈະສເນີ. ແມ່ນເລື້ອງຂອງພວກເຂົາ ທີ່ຈະໃຫ້ຂໍ້ສເນີ ທີ່ມີຄ່າ ທີ່ຫນ້າສົນໃຈ ສໍາລັບພັນທະມິດ AUKUS. ແລະໃນການເຮັດແນວນັ້ນ ດ້ວຍວິທີ ທີ່ບໍ່ສ້າງຄວາມເສັຍຫາຍ ແກ່ຕໍ່ການແນໃສ່ທີ່ Pillar One. ຈາກມຸມມອງ ຂອງອອສເຕຣເລັຍ, ນັ້ນແມ່ນຈຸດສໍາຄັນ. ດ້ວຍເຫດນີ້ ຈຶ່ງມີຕົ້ນກໍາເນີດຂອງ AUKUS. ຄວາມເປັນຫ່ວງ ແລະຄວາມຕ້ອງການ ຢ່າງຮີບດ່ວນຫລາຍຂຶ້ນ ຂອງອອສເຕຣເລັຍ ທີ່ຈະໄດ້ຮັບຂີດຄວາມສາມາດ ຂອງເຮືອມຸດນ້ຳ ໃນລະດັບທີ່ສູງຂຶ້ນ. ແລະຍິ່ງຊັກຊ້າເທົ່າໃດ, ຍິ່ງຈະມີຄວາມກັງວົນຫຼາຍຂຶ້ນ ໃນ Canberra."

ເນື້ອເລື່ອງໂດຍ  Biwa Kwan ແລະ Hannah Kwon ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share