ກໍຣະນີໂຣກໝາກສຸກໃນ ອອສເຕຣເລັຍ

PHILIPPINES MEASLES OUTBREAK

ນາງພະຍາບານຊາວ ຟິລິບປີນ ກຳລັງ ກຽມເຂັມສັກຢາວັກຊີນ ປ້ອງກັນໂຣກໝາກສຸກ ໃນການຕໍ່ຕ້ານການແພ່ລະບາດຂອງໂຣກ. Source: EPA / FRANCIS R. MALASIG/EPA

ໂຣກໝາກສຸກ ແມ່ນໂຣກທີ່ຕິດຕໍ່ໄດ້ໄວທີ່ສຸດ. ເຖິງແມ່ນວ່າ ກໍຣະນີຂອງ ຈະເກືອບບໍ່ມີໃນ ອອສເຕຣເລັຍ, ແຕ່ໂຣກນີ້ກໍສາມາດຖືກນຳເຂົ້າມາຈາກຕ່າງປະເທດ. ແຕ່ການສັກວັກຊີນປ້ອງກັນແມ່ນວິທີທີ່ດີທີ່ສຸດໃນການ ກຳຈັດໂຣກນີ້.


ກໍຣະນີໂຣກໝາກສຸກໃນ ອອສເຕຣເລັຍ.

ຊາວ
ກໍາລັງຖືກຊຸກຍູ້ ໃຫ້ກວດສອບປວັດການສັກຢາວັກຊີນ ຂອງເຂົາເຈົ້າ ໃນຂນະທີ່ກໍຣະນີໂຣກໝາກສຸກ (Measles) ຍັງເພີ່ມຂຶ້ນເລື້ອຍໆທົ່ວໂລກ.

ໂຣກໝາກສຸກ (Measles) ເປັນໂຣກ ທີ່ຕິດຕໍ່ຫຼາຍທີ່ສຸດໃນໂລກ ແລະທາງດ້ານເຕັກນິກແລ້ວ ມັນຖືກກໍາຈັດໃນອອສເຕຣເລັຍ ຕັ້ງແຕ່ປີ 2014 ດ້ວຍການສັກວັກຊີນປ້ອງກັນ.

ແຕ່ອົງການອະນາມັຍໂລກ (World Health Organization) ເຕືອນວ່າບັນດາປະເທດ ທີ່ກໍາຈັດ
Measles) ແລ້ວນັ້ນ ຍັງສ່ຽງຕໍ່ການ "ລົບກວນ" ຂອງການລະບາດຂອງໂຣກ ຖ້າການສັກວັກຊີນປ້ອງກັນ ບໍ່ຢູ່ໃນລະດັບສູງ.

Abbie O'Brien ອະທິບາຍ.

ໂຣກໝາກສຸກ (Measles) ເປັນໂຣກທີ່ຕິດຕໍ່ໄດ້ໄວທາງອາກາດ. ມັນແພ່ລະບາດ ເມື່ອຜູ້ຕິດເຊື້ອ ຫາຍໃຈ, ໄອ ຫຼືຈາມ.

ເກົ້າ ໃນ10 ຄົນ ທີ່ບໍ່ໄດ້ສັກຢາວັກຊີນປ້ອງກັນ ທີ່ສຳຜັດກັບໄວຣັສ,ສາມາດຕິດໂຣກນີ້ໄດ້.

ຜູ້ຊ່ຽວຊານ ດ້ານໂຣກຕິດເຊື້ອ, Dr Sanjaya Senanayakeຮອງສາດສະດາຈານ ດ້ານການແພດ ທີ່ມະຫາວິທະຍາໄລ ແຫ່ງຊາດ ອອສເຕຣເລັຍ (the Australian National University).

"ຖ້າມີຄົນ ເຂົ້າໄປນັ່ງຢູ່ຫ້ອງລໍຖ້າ ຂອງໂຮງຫມໍ ດ້ວຍໂຣກໝາກສຸກ (Measles) ແລະລໍຖ້າຢູ່ທີ່ນັ້ນ ປະມານ 15ນາທີ ແລ້ວກໍອອກໃປ. ໃນໄລຍະສອງຊົ່ວໂມງ, ຜູ້ໃດ ທີ່ເຂົ້າໄປໃນຫ້ອງນັ້ນ ກໍຈະສໍາຜັດກັບໂຣກ ໝາກສຸກ (Measles). ສະນັ້ນ, ມັນຈຶ່ງເປັນໂຣກທີ່ຕິດຕໍ່ໄວແທ້ໆ"

ອາການຕ່າງໆ-ເຊິ່ງເກີດຂຶ້ນລະຫວ່າງ 10 ຫາ18 ມື້ ຫຼັງຈາກໄດ້ຮັບເຊື້ອ-ລວມມີຜື່ນ, ນ້ຳມູກໄຫຼ ,ໄອ,ເຈັບຕາ ແລະມີໄຂ້.

ຄົນສ່ວນໃຫຍ່ຈະຟື້ນຕົວ, ແຕ່ໂຣກໝາກສຸກ (Measles) ອາດນໍາໄປສູ່ອາການແຊກຊ້ອນ ທາງດ້ານສຸຂະພາບ-ລວມທັງການຕິດເຊື້ອທີ່ຫູ, ປອດບວມ, ແລະການບວມຂອງສມອງ (Encephalitis).

ໃນບາງກໍລະນີອາດເຮັດໃຫ້ເສັຍຊີວິດໄດ້.

Dr Senanayake ກ່າວວ່າໂຣກໝາກສຸກ (Measles) ແມ່ນບໍ່ຄ່ອຍມີຢູ່ໃນອອສເຕຣເລັຍ-ຍ້ອນການສັກຢາວັກຊີນ-ແຕ່ການເພີ່ມຂຶ້ນຂອງກໍລະນີທົ່ວໂລກ ເຮັດໃຫ້ເຈົ້າຫນ້າທີ່ສາທາຣະນະສຸກ ຕື່ນໂຕ.

"ພວກເຮົາ ໄດ້ເຮັດໄດ້ດີຫຼາຍ ກ່ຽວກັບການສັກຢາວັກຊີນ ໃນອອສເຕຣເລັຍ ກ່ຽວກັບການຕິດເຊື້ອ, ໂດຍສະເພາະ ແມ່ນໂຣກໝາກສຸກ (Measles). ໃນປີ 2014, ອົງການອະນາມັຍໂລກ ຖືວ່າໂຣກໝາກສຸກ (Measles) ຖືກກໍາຈັດອອກແລ້ວ ໃນອອສເຕຣເລັຍ. ເຖິງຢ່າງໃດກໍຕາມ, ນີ້ບໍ່ໄດ້ຫມາຍຄວາມວ່າ ເຮົາບໍ່ເຫັນໂຣກໝາກສຸກ (Measles) ໃນອອສເຕຣເລັຍ ເພາະໂຣກໝາກສຸກ (Measles) ຍັງມີຢູ່ໃນສ່ວນອື່ນໆຂອງໂລກ. ດັ່ງນັ້ນ, ຄົນທີ່ເຂົ້າມາໃນອອສເຕຣເລັຍ-ບໍ່ວ່າຈະເປັນຊາວອອສເຕຣເລັຍ ທີ່ກັບມາຈາກຕ່າງປະເທດ ຫຼືນັກທ່ອງທ່ຽວ ທີ່ໄປຢ້ຽມຢາມອອສເຕຣເລັຍ-ກໍສາມາດນໍາເອົາໂຣກມາໃຫ້. ແລະພວກເຮົາ ສາມາດເຫັນການລະບາດເລັກນ້ອຍ ທີ່ເກີດຂຶ້ນ-ດັ່ງທີ່ ພວກເຮົາໄດ້ເຫັນ ໃນສ່ວນຕ່າງໆຂອງປະເທດ ໃນປີນີ້."

ໃນປີນີ້, ມີການກວດພົບ ຜູ້ຕິດເຊື້ອໂຣກໝາກສຸກ (Measles) 28 ຄົນໃນອອສເຕຣເລັຍ. ນັ້ນແມ່ນຫຼາຍກວ່າ ຈໍານວນກໍຣະນີ ທີ່ລາຍງານທັງຫມົດ ຂອງປີ 2023-ຊຶ່ງມີທັງໝົດ 26 ກໍຣະນີ.

ມີປະມານ 50 ປະເທດ ກໍາລັງປະສົບກັບ ສິ່ງທີ່ອົງການອະນາມັຍໂລກອະທິບາຍວ່າ ເປັນການລະບາດຂອງໂຣກໝາກສຸກ (Measles) ທີ່ "ໃຫຍ່ ແລະ ລົບກວນ".

ສາເຫດໃຫຍ່ ແມ່ນຍ້ອນການຫຼຸດລົງ ຂອງການສັກຢາວັກຊີນ ໃນລະຫວ່າງການລະບາດ (ຂອງ Covid). ເມື່ອເດັກນ້ອຍ ປະມານ 60 ລ້ານຄົນ ບໍໄດ້ຮັບວັກຊີນປ້ອງກັນໂຣກໝາກສຸກ (Measles).

ບັດນີ້ ຄວາມພະຍາຍາມ ໃນການສັກວັກຊີນໂຣກໝາກສຸກ (Measles) ແມ່ນສໍາຄັນ ດ້ວຍວ່າມີການຕິດເຊື້ອຫລາຍຂຶ້ນ ໃນຢູໂຣບ ຊຶ່ງປະສົບກັບການເພີ້ມຂຶ້ນ 30 ເທົ່າ ຂອງກໍຣະນີໂຣກໝາກສຸກ (Measles) ໃນປີ 2023.

ຍັງມີການພົບ ຜູ້ຕິດເຊື້ອເພີ່ມຂຶ້ນ ໃນສະຫະຣັດ, ອິນເດັຍ ແລະອິນໂດເນເຊັຍ.

ອົງການອະນາມັຍໂລກ ຍັງໄດ້ເຕືອນ ກ່ຽວກັບໂຣກໝາກສຸກ (Measles) ໃນເຂດປາຊິຟິກ ຕາເວັນຕົກ (Western Pacific) ເຊິ່ງເດັກນ້ອຍ 3.6 ລ້ານຄົນ ຂາດການສັກວັກຊີນ ພູມຄຸ້ມກັນປົກກະຕິລະຫວ່າງປີ 2020 ຫາ 2022.

ປີກາຍນີ້, ຜູ້ຕິດເຊື້ອ ໄດ້ເພີ່ມຂຶ້ນ 255 ເປີເຊັນ ໃນພູມີພາກ ຊຶ່ງຮວມເຖິງອອສເຕຣເລັຍ, ໝູ່ເກາະປາຊິຟິກ (Pacific Island Nations), ຈີນ, ຟີລິບປິນ ແລະມາເລເຊັຍ.

ອົງການ WHO ກ່າວວ່າ ສາເຫດທີ່ສາມາດເຮັດໃຫ້ເພີ່ມຂຶ້ນອີກໄດ້ແກ່:ການສັກຢາວັກຊີນຫຼຸດລົງ ໃນລະຫວ່າງການລະບາດ ຂອງພະຍາດCOVID ແລະຂນາດ ແລະຂອບເຂດ ຂອງການລະບາດ ໃນຟີລິບປິນ ແລະມາເລເຊັຍ.

Dr SaiaMa'u Piukala ເປັນຜູ້ອໍານວຍການລະດັບພູມີພາກຂອງ WHO ສໍາລັບ ປາຊີຟິກຕາເວັນຕົກ (Western Pacific).

"ມີສອງປະເທດ ໃນພາກພື້ນປາຊີຟິກຕາເວັນຕົກ ທີ່ລາຍງານອັດຕາໂຣກໝາກສຸກ (Measles) ສູງທີ່ສຸດ ໃນປີ 2023. ພວກເຂົາ ແມ່ນ ມາເລເຊັຍ ແລະຟີລິບປິນ. ແລະທ່ານມີຄວາມສ່ຽງ ໃນການນໍາໂຣກໝາກສຸກ (Measles) ໄປຍັງປະເທດເພື່ອນບ້ານອື່ນໆ."

Dr Senanayake ກ່າວວ່າ ການລະບາດ ຂອງໂຣກໝາກສຸກ (Measles) ໃນອອສເຕຣເລັຍ ແມ່ນບໍ່ໜ້າເປັນໄປໄດ້, ແຕ່ທ່ານ ໄດ້ເນັ້ນເຖິງຄວາມຈໍາເປັນ ຂອງຜູ້ຄົນ ທີ່ຈະກວດເບິ່ງວ່າ ພວກມັນໄດ້ຮັບການປ້ອງກັນ-ໂດຍສະເພາະຖ້າຫາກວ່າທ່ານກໍາລັງເດີນທາງໄປຕ່າງປະເທດ.

"ມັນເປັນສິ່ງສໍາຄັນ ທີ່ພວກເຮົາ ບໍ່ນິ່ງນອນໃຈ ກ່ຽວກັບອັດຕາການສັກຢາວັກຊີນ ຂອງເຮົາເອງ. ຖ້າຫາກວ່າ ທ່ານກໍາລັງວາງແຜນເດີນທາງ ແລະທ່ານມີເວລາ ທີ່ຈະກວດສອບສິ່ງເຫຼົ່ານີ້, ທ່ານສາມາດພົບກັບທ່ານຫມໍຂອງທ່ານ ແລະກວດເບິ່ງສະຖານະການ ສັກວັກຊີນໄຂ້ໂຣກໝາກສຸກ (Measles) ຂອງທ່ານອີກເທື່ອນຶ່ງ. ແລະນັ້ນ ສາມາດເຮັດໄດ້ ໂດຍການເບິ່ງປວັດ ການສັກຢາພູມຕ້ານທານ ຫຼືພຽງແຕ່ເຮັດການກວດເລືອດ ເພື່ອເບິ່ງລະດັບ Antibody."

ແນະນໍາ ໃຫ້ມີການວັກຊີນ ປ້ອງກັນໂຣກໝາກສຸກ (Measles) ສໍາລັບເດັກທາລົກໃນເວລາ 12 ເດືອນ.

ເດັກນ້ອຍ ທີ່ມີອາຍຸຕໍ່າກວ່າຫົກເດືອນ ສາມາດໄດ້ຮັບຢາວັກຊີນ ໂຣກໝາກສຸກ (Measles)-ໂຣກຄາງທູມ-ໝາກສຸກເຢັຍຣະມັນ (Mumps-Rubella)ກ່ອນທີ່ຈະເດີນທາງໄປຕ່າງປະເທດ ທີ່ມີການລະບາດຂອງໂຣກໝາກສຸກ (Measles).

ຢາສອງເຂັມ ມີປະສິດທິພາບປະມານ 97 ເປີເຊັນ ແລະປ້ອງກັນໄດ້ ຕລອດຊີວິດ.

ເນື້ອເລື່ອງໂດຍ  Abbie O'Brien ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share