ການໃຊ້ສິດ ໃນການປະທ້ວງໃນອອສເຕຣເລັຍ.

Australia Explained - The Right to Protest

SYDNEY, AUSTRALIA - SEPTEMBER 20: Young girls protest in The Domain ahead of a climate strike rally on September 20, 2019 in Sydney, Australia. Credit: Jenny Evans/Getty Images

ທຸກໆອາທິດ, ຊາວອອສເຕຣເລັຍ ທີ່ມີຄວາມບໍ່ພໍໃຈ ພາກັນອອກໄປຕາມຖນົນຫົນທາງ ພ້ອມທັງສົ່ງສຽງ ໃນການປະທ້ວງ ກ່ຽວກັບປະເດັນຕ່າງໆ. ການປະທ້ວງ ແມ່ນບໍ່ຜິດກົດຫມາຍ ແຕ່ບາງຄັ້ງ ພວກປະທ້ວງ ອາດຈະເຮັດເກີນຂອບເຂດຂອງກົດຫມາຍ ດ້ວຍພຶດຕິກັມ ທີ່ຕໍ່ຕ້ານສັງຄົມຢ່າງຮຸນແຮງ. ໂອກາດທີ່ຈະເກີດບັນຫາ ແມ່ນຂຶ້ນຢູ່ກັບວ່າ ທ່ານກໍາລັງປະທ້ວງຢູ່ບ່ອນໃດ ແລະການກະທຳຂອງທ່ານ.


ມັນເປັນຄວາມຮັບຮູ້ທົ່ວໄປ ທີ່ວ່າພວກເຮົາ ມີສິດທີ່ຈະປະທ້ວງ ໃນອອສເຕຣເລັຍ, ແຕ່ໃນຣັຖທັມມະນູນ, ພວກເຮົາບໍ່ມີສິດດັ່ງກ່າວນີ້.

ແຕ່ ພວກເຮົາມີສິດເສຣິພາບໃນການສະແດງອອກ ທາງດ້ານການເມືອງ ພາຍໃຕ້ຣັຖທັມມະນູນ.

Luke McNamara ເປັນສາດສະດາຈານ ທີ່ຄນະ ກົດຫມາຍ ແລະ ຄວາມຍຸຕິທັມ ທີ່ມະຫາວິທະຍາໄລ NSW ກ່າວວ່າ "ມີບາງຕົວຢ່າງທີ່ຊັດແຈ້ງ ຂອງການຮັບຮູ້ສິດທິ ໃນການຊຸມນຸມຢ່າງສັນຕິ ໃນຂອບເຂດອຳນາດສານຈໍານວນຫນ້ອຍ ທີ່ກ່ຽວກັບ ສິດທິມະນຸດເຊັ່ນ: Victoria, ACT ແລະ Queensland."

"ແຕ່ສໍາລັບສ່ວນໃຫຍ່ຂອງປະເທດ, ບໍ່ມີສະຖານທີ່ສະເພາະໃດຫນຶ່ງ ທີ່ບອກວ່າ ທ່ານມີສິດທີ່ຈະປະທ້ວງ, ແຕ່ສ່ວນຫນຶ່ງຂອງກົດຫມາຍທົ່ວໄປ ຂອງພວກເຮົາ ແມ່ນວ່າ ພວກເຮົາຍອມຮັບແນວຄິດ ເລື້ອງສິດທິໃນການປະທ້ວງ."

ກົດຫມາຍການປະທ້ວງ ແຕກຕ່າງກັນໄປ ທົ່ວອອສເຕຣເລັຍ ຍົກຕົວຢ່າງ, Queensland ແລະ Western Australia ຊຶ່ງມີອຸດສາຫະກັມຂຸດຄົ້ນບໍ່ແຮ່ຂນາດໃຫຍ່ ທີ່ດຶງດູດການກວດສອບ ຈາກສາທາຣະນະຢ່າງຫຼາຍ, ສະນັ້ນ ຣັດເຫຼົ່ານີ້ ມີກົດຫມາຍຕໍ່ຕ້ານ ການປະທ້ວງທີ່ເຂັ້ມແຂງ.

ກົດຫມາຍການປະທ້ວງ ກໍອາດຈະກວ້າງ ເຊັ່ນກັນ.

ໃນຂນະທີ່ທ່ານ ບໍ່ສາມາດຖືກຂໍ້ຫາ ໃນການເຂົ້າຮ່ວມການປະທ້ວງ, ທ່ານສາມາດຖືກກ່າວຫາ ສໍາລັບພຶດຕິກັມ ທີ່ຍອມຮັບບໍ່ໄດ້ ໃນຂນະທີ່ປະທ້ວງ.

ພຶດຕິກັມທີ່ຖືວ່າ ເປັນທີ່ຍອມຮັບບໍ່ໄດ້ແມ່ນຫຍັງ?

ພຶດຕິກັມຕໍ່ຕ້ານສັງຄົມ ເຊັ່ນ: ການທໍາຮ້າຍຄົນອື່ນ ແລະ ສ້າງຄວາມເສັຍຫາຍຕໍ່ຊັບສິນ ແມ່ນເປັນທີ່ຍອມຮັບບໍ່ໄດ້ ໃນການປະທ້ວງ. ສາດສະດາຈານ McNamara ກ່າວວ່າ ສິ່ງທີ່ຍອມຮັບໄດ້ແມ່ນຂຶ້ນຢູ່ກັບຄວາມຮຸນແຮງ.

"ພຶດຕິກັມແມ່ນຖືກປະເມີນ ຕາມແຕ່ລະກໍລະນີ. ດັ່ງນັ້ນ, ຕົວຢ່າງການຍອມຮັບຂອງກິດຈະກັມການປະທ້ວງໃດຫນຶ່ງ, ບໍ່ວ່າ ຈະເປັນການເດີນຂະບວນ ຫຼືນັ່ງລົງ ຫຼືການລັອກໂຕ ຫຼືສິ່ງໃດກໍຕາມ, ນັ້ນຈະໄດ້ຮັບການປະເມີນ ໂດຍເຈົ້າຫນ້າທີ່ຕໍາຫຼວດ ໃນຈຸດນັ້ນ."

Nikita White ຜູ້ຣົນນະຣົງ ຂອງ Amnesty International ກ່າວວ່າມັນເປັນທີ່ຍອມຮັບ ທີ່ຈະຖືປ້າຍ, ໂປສເຕີ ແລະຜົນງານສິລະປະ ທີ່ກ່ຽວກັບການປະທ້ວງ ແຕ່ບໍ່ມີຫຍັງ ທີ່ອາດຈະຖືວ່າເປັນອາວຸດ.

ນາງກ່າວວ່າ "ຖ້າຫາກວ່າມັນແມ່ນມີດຫຼື ພຸໄຟ, ແນ່ນອນວ່າ ທ່ານບໍ່ຄວນມີຕິດໂຕທ່ານ ເພາະມັນອາດຖືກຄົ້ນພົບໄດ້."

ການກີດຂວາງ ໃນລະຫວ່າງ ການປະທ້ວງ.

ພວກເຮົາທຸກຄົນ ໄດ້ປະສົບກັບການລົບກວນ ຂອງກິດຈະກັມປະຈຳຂອງເຮົາ ໃນລະຫວ່າງການເດີນຂະບວນຕາມຖນົນຫົນທາງ. ມັນເປັນຫນຶ່ງ ໃນຈຸດກົດດັນທີ່ໃຫຍ່ທີ່ສຸດ ສໍາລັບ
ແລະສາມາດກະຕຸ້ນ ໃຫ້ມີການນໍາສເນີຂໍ້ຈໍາກັດໃຫມ່.

ສາດສະດາຈານ McNamara ກ່າວວ່າ ພວກເຮົາ ຕ້ອງຍອມຮັບການລົບກວນບາງຢ່າງ ຕໍ່ຊີວິດຂອງພວກເຮົາ, ຖ້າພວກເຮົາມີຄວາມມຸ່ງຫມັ້ນ ຕໍ່ສິດທິໃນການປະທ້ວງ.

ມັນເປັນເລື້ອງທັມມະດາ ທີ່ຈະເວົ້າວ່າ ຈະມີການລົບກວນ ທີ່ເກີດຈາກກິດຈະກັມການປະທ້ວງ.
Professor Luke McNamara, Faculty of Law and Justice, UNSW
ທ່ານກ່າວວ່າ "ຈຸດປະສົງຂອງການປະທ້ວງສາທາຣະນະ ແມ່ນເພື່ອສ້າງຄວາມສົນໃຈ ເພື່ອເຮັດໃຫ້ຜູ້ຄົນຄຶດ ແລະຮັບຟັງຂໍ້ຄວາມ ທີ່ກໍາລັງຖືກຖ່າຍທອດອອກໄປ."

ມັນເປັນບັນຫາທີ່ແບ່ງຝ່າຍ, ແລະແຕ່ລະເຂດອຳນາດສານ ກໍານົດການລົງໂທດຂອງຕົນເອງ ຕໍ່ຜູ້ທີ່ກໍ່ໃຫ້ເກີດ ການລົບກວນຄັ້ງໃຫຍ່.

ເຖິງຢ່າງໃດກໍຕາມ ໃນທົ່ວອອສເຕຣເລັຍ, ການປະທ້ວງ ຢູ່ທີ່ສະຖານທີ່ທາງທຸຣະກິດ ທີ່ສໍາຄັນ ເຊັ່ນ: ທ່າເຮືອທີ່ສໍາຄັນ, ເສັ້ນທາງຫຼື ເຂດຕັດໄມ້,ຫຼືການຂັດຂວາງ ບໍ່ໃຫ້ຜູ້ຄົນໄປເຮັດວຽກ ອາດຢູ່ໃຕ້ກົດຫມາຍຕໍ່ຕ້ານການປະທ້ວງໄດ້.

Australia Explained - The Right to Protest
MELBOURNE, AUSTRALIA - AUGUST 21: A man holds a banner reading "Freedom" atop a tram stop during an anti-lockdown protest on August 21, 2021 in Melbourne, Australia. Credit: Getty Images
Dr Sarah Moulds ເປັນຮອງສາດສະດາຈານ ດ້ານກົດຫມາຍທີ່ the University of South Australia ເວົ້າວ່າ ໃນກໍຣະນີທີ່ຮຸນແຮງ ທ່ານອາດປະເຊີນກັບການລົງໂທດທີ່ຮ້າຍແຮງ ລວມທັງການຕິດຄຸກ ບໍ່ວ່າທ່ານຈະສ້າງຄວາມເດືອດຮ້ອນ ໃຫ້ແກ່ຄົນອື່ນ ໂດຍເຈດຕະນາຫລືບໍ່.

ນາງກ່າວວ່າ "ໃນ Adelaide ຕອນນີ້ ມັນເປັນໄປໄດ້ ທີ່ຈະຖືກຈໍາຄຸກເປັນເວລາສາມເດືອນ ຖ້າຫາກທ່ານ ກີດກັນສະຖານທີ່ສາທາຣະນະ. ແລະນັ້ນ ເປັນກົດຫມາຍທີ່ກວ້າງແທ້ໆ ທີ່ການປະທ້ວງຢູ່ຕາມຖນົນຫົນທາງ ຫລືຢູ່ຕໍ່ຫນ້າຕຶກອາຄານ ຫລືຣັຖສະພາ ອາດຈະຜິດກົດຫມາຍໄດ້."

ຂໍ້ຫາທົ່ວໄປອື່ນໆ ໃນອອສເຕຣເລັຍ ແມ່ນຮວມທັງການບຸກລຸກ, ການປະທ້ວງ ໃນຂນະທີ່ໃສ່ເຄື່ອງປອມໂຕ, ຂັດຂວາງພະນັກງານສຸກເສີນ, ໃຊ້ພາສາຂົ່ມຂູ່ ຫຼືທໍາຮ້າຍ ແລະສ້າງຄວາມເສັຍ ຫາຍຕໍ່ຊັບສິນ.

ແຕ່ໃນຄວາມເປັນຈິງແລ້ວ ຄົນສ່ວນໃຫຍ່ທີ່ຖືກຈັບ ແມ່ນມີສ່ວນຮ່ວມໃນການຂັດຂືນສາທາຣະນະ (Civil Disobedience) ຊຶ່ງແມ່ນການມີຄົນຈົງໃຈຝ່າຝືນກົດຫມາຍ—ຍົກຕົວຢ່າງ, ພວກເຂົາເຈົ້າ ອາດຈະລັອກຕົວເອງຕິດກັບອາຄານ. ພວກເຂົາອາດຈະຕິດປ້າຍຢູ່ເທິງຂົວ.

ການເສີມສ້າງຄວາມເຂັ້ມແຂງຂອງກົດຫມາຍ.

The Human Rights Law Centre ໄດ້ລາຍງານ ຮ່າງກົດໝາຍປະທ້ວງ 34ສະບັບ–ຫຼືຄວາມພະຍາຍາມ ທີ່ຈະປ່ຽນແປງກົດຫມາຍ-ໃນໄລຍະ 20 ປີທີ່ຜ່ານມາ ແລະ 26 ສະບັບໄດ້ຜ່ານແລ້ວ. ກົດຫມາຍເຫຼົ່ານີ້ ສ່ວນຫຼາຍໄດ້ເຮັດໃຫ້ການປະທ້ວງຍາກຂຶ້ນ.

Dr Moulds ກ່າວວ່າ "ຂ້າພະເຈົ້າຄິດວ່າ ໂດຍທົ່ວໄປແລ້ວ ທ່ານສາມາດເວົ້າໄດ້ວ່າ ມີແນວໂນ້ມ ທີ່ຈະເຮັດໃຫ້ການປະທ້ວງ ເປັນຄວາມຜິດດ້ານກົດໝາຍ. ສິ່ງທີ່ເຮົາເຫັນຢູ່ ໃນສະຖານທີ່ສ່ວນຫລາຍ ໃນອອສເຕຣເລັຍ ແມ່ນການປະພຶດ ທີ່ຜິດກົດໝາຍແມ່ນການປະພຶດ ທີ່ເກີດຂຶ້ນໃນສະຖານທີ່ໃດນຶ່ງ."

ການຂໍອະນຸຍາດ

ສິ່ງສໍາຄັນຂອງການປະທ້ວງ ໃນອອສເຕຣເລັຍ ແມ່ນການໄດ້ຮັບ ການອະນຸມັດ ຢ່າງເປັນທາງການ.

ຖ້າຫາກວ່າ ທ່ານກໍາລັງວາງແຜນການຊຸມນຸມ ສາທາຣະນະຂນາດໃຫຍ່, ທ່ານສາມາດ ຂຽນຄຳຮ້ອງ ເຖິງຕໍາຫຼວດ ຫຼືຣັຖບານທ້ອງຖິ່ນ ຂອງທ່ານ.

ສາດສະດາຈານ McNamara ອະທິບາຍ ວ່າ "ແລ້ວທ່ານຈະໄດ້ຮັບການຍົກເວັ້ນ ຈາກອໍານາດບາງຢ່າງ ທີ່ຕໍາຫຼວດອາດຈະໃຊ້ ເພື່ອປິດການປະທ້ວງຂອງທ່ານ."

"ຕົວຢ່າງເຊັ່ນ ການຂັດຂວາງການຈະຣາຈອນ ສາມາດໄດ້ຮັບການອະນຸຍາດ ເປັນເວລາຫນຶ່ງ ຖ້າຫາກວ່າ ມັນເປັນການປະທ້ວງທີ່ໄດ້ຮັບການອະນຸມັດ ແລະຖນົນຫົນທາງຕ່າງໆ ຖືກປິດເພື່ອຈຸດປະສົງນັ້ນ, ຫຼືການເດີນຂະບວນໄດ້ຮັບການດູແລ."

ການອະນຸມັດ ເຮັດໃຫ້ທ່ານມີຄວາມຫມັ້ນໃຈບາງຢ່າງວ່າ ຕໍາຫຼວດຈະບໍ່ເຂົ້າແຊກແຊງ ຫຼືເຄື່ອນຍ້າຍຝູງຊົນ ແລະການທີ່ມີຕຳຫຼວດ ໃນການປະທ້ວງ ສາມາດເຮັດໃຫ້ແນ່ໃຈວ່າ ການປະທ້ວງ ດໍາເນີນໄປຢ່າງສະດວກ ແລະວ່າຜູ້ປະທ້ວງ ຮູ້ສຶກໄດ້ຮັບການປົກປ້ອງ.

Australia Explained - The Right to Protest
SYDNEY, AUSTRALIA - MAY 06: Climate activists march through the CBD during the 'School Strike 4 Climate' on May 06, 2022 in Sydney, Australia. Credit: Lisa Maree Williams/Getty Images

ຖ້າທ່ານຖືກຕໍາຫຼວດຄວບຄຸມໂຕ ເດ?

ຖ້າທ່ານຖືກຄວບຄຸມໂຕ, ທ່ານຄວນຕິດຕໍ່ຫາທະນາຍຄວາມ. ສູນກົດຫມາຍຊຸມຊົນ (Community Legal Centres) ຍັງໃຫ້ຄໍາແນະນໍາທາງດ້ານກົດຫມາຍ ແລະໃຫ້ແນ່ໃຈວ່າສິດທິຂອງທ່ານໄດ້ຮັບການເຄົາລົບ.

ຂໍ້ຫາສ່ວນຫຼາຍ ແມ່ນການຖືກປັບໃຫມ ບໍ່ເທົ່າໃດຮ້ອຍໂດລາ.
ພວກເຮົາໂຊກດີ ທີ່ອາສັຍຢູ່ໃນສັງຄົມ ທີ່ຕໍາຫຼວດ ແລະອັຍການ ແລະຜູ້ພິພາກສາ ຍັງໃຫ້ຄວາມສຳຄັນຕໍ່ເສຣີພາບນີ້ ແລະດັ່ງນັ້ນ ຈຶ່ງບໍ່ໄດ້ນໍາໃຊ້ ບົດລົງໂທດທີ່ແຮງທີ່ສຸດ.
Dr Sarah Moulds, Associate Professor, Law, University of South Australia

ຮູ້ຈັກສິດທິຂອງທ່ານ

ອົງກອນຕ່າງໆໃນທົ່ວອອສເຕຣເລັຍເຊັ່ນ: ສູນກົດຫມາຍສິດທິມະນຸດ (), ອົງກອນ ແລະ ສະພາ ເພື່ອສິດທິພົນລະເມືອງທ້ອງຖິ່ນ (Council for Civil Liberties) ຂອງທ່ານໃຫ້ຂໍ້ມູນທີ່ຖືກຕ້ອງ ກ່ຽວກັບການປະທ້ວງແລະກົດຫມາຍ.

ເນື້ອເລື່ອງໂດຍ  Melissa Compagnoni ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share